[go: up one dir, main page]

Google Family Link

4,6
3,05 ລ້ານ ຄຳຕິຊົມ
100 ລ້ານ+
ດາວໂຫຼດ
ປະເພດເນື້ອຫາ
ທຸກຄົນ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ

ກ່ຽວກັບແອັບນີ້

Google Family Link ເປັນແອັບການຄວບຄຸມຂອງພໍ່ແມ່ທີ່ຊ່ວຍໃຫ້ທ່ານເບິ່ງແຍງຄອບຄົວຂອງທ່ານໃຫ້ປອດໄພຍິ່ງຂຶ້ນທາງອອນລາຍ. ພວກເຮົາຮູ້ດີວ່າຄວາມສຳພັນຂອງຄອບຄົວກັບເທັກໂນໂລຢີເປັນເອກະລັກ, ສະນັ້ນພວກເຮົາຈຶ່ງໄດ້ອອກແບບເຄື່ອງມືເຊັ່ນ Family Link ທີ່ເຮັດໃຫ້ທ່ານມີຄວາມຫົດຍືດໃນການເລືອກສິ່ງທີ່ສົມດຸນສຳລັບຄອບຄົວຂອງທ່ານ ແລະ ຊ່ວຍເຂົາເຈົ້າສ້າງນິໄສດິຈິຕອນທີ່ດີ. Family Link ເປັນເຄື່ອງມືທີ່ໃຊ້ງ່າຍ ໃຫ້ທ່ານເຂົ້າໃຈເຖິງວິທີທີ່ລູກຂອງທ່ານໃຊ້ເວລາກັບອຸປະກອນຂອງເຂົາເຈົ້າ, ເບິ່ງສະຖານທີ່ອຸປະກອນຂອງເຂົາເຈົ້າ, ຈັດການການຕັ້ງຄ່າຄວາມເປັນສ່ວນຕົວ ແລະ ອື່ນໆ.


ດ້ວຍ Family Link, ທ່ານຈະສາມາດ:

ສ້າງກົດລະບຽບພື້ນຖານດິຈິຕອນ
• ຕັ້ງຈຳກັດເວລາໜ້າຈໍ — Family Link ໃຫ້ທ່ານຕັ້ງເວລາປິດເຮັດວຽກຂອງອຸປະກອນຂອງລູກຂອງທ່ານ ແລະ ຈຳກັດເວລາຂອງແອັບຕ່າງໆ, ເພື່ອໃຫ້ທ່ານຊ່ວຍເຂົ້າເຈົ້າຊອກຫາຄວາມສົມດຸນຂອງສຸຂະພາບໄດ້.
• ແນະນຳເຂົ້າເຈົ້າໄປສູ່ເນື້ອຫາທີ່ເໝາະສົມຕາມອາຍຸ — ອະນຸມັດ ຫຼື ບລັອກແອັບທີ່ລູກຂອງທ່ານຕ້ອງການດາວໂຫຼດ. ນອກຈາກນັ້ນ, Family Link ຍັງໃຫ້ທ່ານເລືອກປະສົບການ YouTube ທີ່ຖືກຕ້ອງສຳລັບລູກຂອງທ່ານໄດ້ນຳ: ປະສົບການແບບມີການເບິ່ງແຍງກວດກາຢູ່ YouTube ຫຼື YouTube Kids.

ຈັດການ ແລະ ຮັກສາຄວາມປອດໄພໃຫ້ກັບບັນຊີຂອງລູກຂອງທ່ານ
• ປົກປ້ອງຄວາມເປັນສ່ວນຕົວຂອງເຂົາເຈົ້າ — ການຈັດການການອະນຸຍາດໃນ Family Link ຊ່ວຍໃຫ້ທ່ານຕັດສິນໃຈເລືອກຂໍ້ມູນຂອງລູກຂອງທ່ານໄດ້ຢ່າງມີຄວາມໝາຍ. ກວດສອບ ແລະ ຈັດການການອະນຸຍາດສຳລັບເວັບໄຊ ແລະ ສ່ວນຂະຫຍາຍທີ່ໄດ້ຮັບສິດເຂົ້າເຖິງຜ່ານ Chrome ຮວມເຖິງແອັບທີ່ໄດ້ດາວໂຫຼດຢູ່ອຸປະກອນຂອງລູກຂອງທ່ານ.
• ຮັກສາຄວາມປອດໄພບັນຊີຂອງເຂົາເຈົ້າ — Family Link ໃຫ້ທ່ານເຂົ້າເຖິງເພື່ອຈັດການບັນຊີ ແລະ ການຕັ້ງຄ່າຂໍ້ມູນຂອງລູກຂອງທ່ານ. ໃນຖານະຜູ້ປົກຄອງ, ທ່ານສາມາດຊ່ວຍປ່ຽນ ຫຼື ຣີເຊັດລະຫັດຜ່ານຂອງລູກຂອງທ່ານໄດ້ຖ້າເຂົາເຈົ້າລືມມັນ, ແກ້ໄຂຂໍ້ມູນສ່ວນຕົວຂອງເຂົາເຈົ້າ ຫຼື ຕະຫຼອດຈົນເຖິງລຶບບັນຊີຂອງເຂົາເຈົ້າຖ້າທ່ານເຫັນວ່າຈຳເປັນ.

ເຊື່ອມຕໍ່ໃນເວລາເດີນທາງ
• ເບິ່ງວ່າເຂົາເຈົ້າຢູ່ໃສ — ມັນເປັນປະໂຫຍດໃນການຊອກຫາຄອບຄົວຂອງທ່ານເມື່ອເຂົາເຈົ້າເດີນທາງ. ດ້ວຍ Family Link, ທ່ານຈະສາມາດລະບຸສະຖານທີ່ຂອງລູກຂອງທ່ານຢູ່ເທິງແຜນທີ່ດຽວໄດ້, ຕາບໃດທີ່ເຂົາເຈົ້າຖືອຸປະກອນຂອງເຂົາເຈົ້າຢູ່.
• ຮັບການແຈ້ງເຕືອນ ແລະ ແຈ້ງເຕືອນຕ່າງໆ — Family Link ຈະສົ່ງການແຈ້ງເຕືອນທີ່ສຳຄັນຮວມເຖິງເມື່ອລູກຂອງທ່ານໄປຮອດ ຫຼື ອອກຈາກສະຖານທີ່ໃດໜຶ່ງ. ນອກຈາກນັ້ນ, ທ່ານຍັງສາມາດສົ່ງສຽງໃຫ້ອຸປະກອນ ແລະ ກວດສອບເບິ່ງອາຍຸແບັດເຕີຣີທີ່ຍັງເຫຼືອໄດ້ນຳ.


ຂໍ້ມູນສຳຄັນ

• ເຄື່ອງມືຂອງ Family Link ແມ່ນມີຄວາມແຕກຕ່າງກັນໄປຕາມອຸປະກອນຂອງລູກຂອງທ່ານ. ເບິ່ງລາຍຊື່ອຸປະກອນທີ່ສາມາດໃຊ້ໄດ້ຢູ່ https://families.google/familylink/device-compatibility/
• ເຖິງແມ່ນວ່າ Family Link ຊ່ວຍໃຫ້ທ່ານຈັດການກັບການຊື້ ແລະ ການດາວໂຫຼດຈາກ Google Play ຂອງລູກຂອງທ່ານ, ແຕ່ເຂົາເຈົ້າກໍບໍ່ຈຳເປັນຕ້ອງຂໍການອະນຸມັດເພື່ອຕິດຕັ້ງການອັບເດດແອັບ (ຮວມເຖິງການອັບເດດທີ່ຂະຫຍາຍການອະນຸຍາດ), ແອັບທີ່ທ່ານໄດ້ອະນຸມັດໃນເມື່ອກ່ອນ ຫຼື ແອັບທີ່ໄດ້ແບ່ງປັນແລ້ວໃນຫ້ອງສະໝຸດຄອບຄົວ. ນອກຈາກນີ້, ການອະນຸມັດການຊື້ຈະມີຜົນສະເພາະເມື່ອລູກຂອງທ່ານຊື້ສິນຄ້າຜ່ານລະບົບບິນຂອງ Google Play ແລະ ຈະບໍ່ສາມາດນຳໃຊ້ໄດ້ກັບການຊື້ທີ່ເຮັດຜ່ານລະບົບບິນອື່ນໆ. ຜູ້ປົກຄອງຄວນກວດສອບແອັບທີ່ລູກໆຕິດຕັ້ງ ແລະ ການອະນຸຍາດແອັບໃນ Family Link ເປັນປະຈຳ.
• ທ່ານຄວນກວດເບິ່ງແອັບຢູ່ອຸປະກອນຂອງລູກຂອງທ່ານທີ່ທ່ານເບິ່ງແຍງຢ່າງລະອຽດ ແລະ ປິດການນຳໃຊ້ອັນທີ່ທ່ານບໍ່ຕ້ອງການໃຫ້ເຂົາເຈົ້າໃຊ້. ກະລຸນາຮັບຊາບວ່າທ່ານຈະບໍ່ສາມາດປິດການນຳໃຊ້ບາງແອັບທີ່ຕິດຕັ້ງມາພ້ອມກັບເຄື່ອງໄດ້ ເຊັ່ນ: Play, Google ແລະ ອື່ນໆ.
• ເພື່ອເບິ່ງສະຖານທີ່ອຸປະກອນຂອງລູກຂອງທ່ານ, ອຸປະກອນຕ້ອງເປີດຢູ່, ມີການເຄື່ອນໄຫວໃນບໍ່ດົນມານີ້ ແລະ ເຊື່ອມຕໍ່ກັບອິນເຕີເນັດ ຫຼື Wi-Fi.
• ການຄວບຄຸມຂອງພໍ່ແມ່ຂອງ Family Link ແມ່ນມີໃຫ້ໃຊ້ສະເພາະບັນຊີ Google ທີ່ມີການເບິ່ງແຍງກວດກາເທົ່ານັ້ນ. ດ້ວຍບັນຊີ Google ທີ່ມີການເບິ່ງແຍງກວດກາ, ເດັກນ້ອຍຈະໄດ້ຮັບສິດເຂົ້າເຖິງຜະລິດຕະພັນ Google ເຊັ່ນ: ຊອກຫາ, Chrome ແລະ Gmail ແລະ ຜູ້ປົກຄອງຍັງສາມາດຕັ້ງກົດລະບຽບດິຈິຕອນພື້ນຖານເພື່ອເບິ່ງແຍງກວດກາເຂົາເຈົ້າໄດ້.
• ເຖິງແມ່ນວ່າ Family Link ຈະສະໜອງເຄື່ອງມືເພື່ອຈັດການກັບປະສົບການອອນລາຍຂອງລູກຂອງທ່ານ ແລະ ຮັກສາໃຫ້ເຂົາເຈົ້າປອດໄພຍິ່ງຂຶ້ນທາງອອນລາຍກໍຕາມ, ແຕ່ມັນບໍ່ໄດ້ເຮັດໃຫ້ອິນເຕີເນັດປອດໄພ. Family Link ບໍ່ສາມາດກຳນົດເນື້ອຫາໃນອິນເຕີເນັດໄດ້, ແຕ່ມັນສາມາດໃຫ້ໂອກາດຜູ້ປົກຄອງໃນການຕັດສິນໃຈກ່ຽວກັບວິທີທີ່ລູກເຂົາເຈົ້າໃຊ້ເວລາຢູ່ກັບອຸປະກອນຂອງເຂົາເຈົ້າ ແລະ ກຳນົດເສັ້ນທາງໄປສູ່ຄວາມປອດໄພທາງອິນເຕີເນັດທີ່ເໝາະສົມທີ່ສຸດສຳລັບຄອບຄົວຂອງທ່ານ.
ອັບເດດແລ້ວເມື່ອ
22 ມ.ສ. 2024

ຄວາມປອດໄພຂອງຂໍ້ມູນ

ຄວາມປອດໄພເລີ່ມດ້ວຍການເຂົ້າໃຈວ່ານັກພັດທະນາເກັບກຳ ແລະ ແບ່ງປັນຂໍ້ມູນຂອງທ່ານແນວໃດ. ວິທີປະຕິບັດກ່ຽວກັບຄວາມເປັນສ່ວນຕົວ ແລະ ຄວາມປອດໄພຂອງຂໍ້ມູນອາດຈະແຕກຕ່າງກັນອີງຕາມການນຳໃຊ້, ພາກພື້ນ ແລະ ອາຍຸຂອງທ່ານ. ນັກພັດທະນາໃຫ້ຂໍ້ມູນນີ້ ແລະ ອາດຈະອັບເດດມັນເມື່ອເວລາຜ່ານໄປ.
ບໍ່ໄດ້ໄດ້ແບ່ງປັນຂໍ້ມູນກັບພາກສ່ວນທີສາມ
ສຶກສາເພີ່ມເຕີມ ກ່ຽວກັບວ່ານັກພັດທະນາປະກາດການແບ່ງປັນຂໍ້ມູນແນວໃດ
ແອັບນີ້ອາດຈະເກັບກຳປະເພດຂໍ້ມູນເຫຼົ່ານີ້
ຂໍ້ມູນສ່ວນຕົວ, ຂໍ້ມູນການເງິນ ແລະ ອີກ 7 ລາຍການ
ລະບົບຈະເຂົ້າລະຫັດຂໍ້ມູນໃນຂະນະສົ່ງ
ທ່ານສາມາດຮ້ອງຂໍໃຫ້ລະບົບລຶບຂໍ້ມູນໄດ້
ການກວດສອບຄວາມປອດໄພແບບອິດສະຫຼະ

ການຈັດອັນດັບ ແລະ ຄຳຕິຊົມ

4,6
3 ລ້ານ ຄຳຕິຊົມ
Muas txooj Xyooj
4 ທັນວາ 2023
Nyob zoo
7 ຄົນພົບວ່າຄຳຕິຊົມນີ້ເປັນປະໂຫຍດ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ?
Sor yang Yang
13 ຕຸລາ 2022
Very good 👍❤️😘🎉
16 ຄົນພົບວ່າຄຳຕິຊົມນີ້ເປັນປະໂຫຍດ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ?
Souddavah Mrs
30 ເມສາ 2022
ແອັບ Family Link ຊ່ວຍໃຫ້ເຮົາຄອບຄຸມຈາກຜູ້ປົກຄອງທີ່ເປັນ ພໍ່ແມ່ ບໍ່ວ່າປັນເດັກນ້ອຍໄວລຸ່ນ ແມ່ນເຮົາໃຊ້ແອັບ Family Link ຊ່ວຍໃຫ້ເຮົາຕັ້ງກົດເກນການເຂົ້າເບີ່ງຂໍ້ມູນດີຈີຕອນ ແລະ ຍັງຊ່ວໃຫ້ເຮົາຄອບຄຸມໄດ້ຫຼາຍຢ່າງຂອງຜູ້ປົກຄອງ.
18 ຄົນພົບວ່າຄຳຕິຊົມນີ້ເປັນປະໂຫຍດ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ?

ມີຫຍັງໃໝ່

ປັບປຸງຄວາມສະຖຽນ ແລະ ແກ້ໄຂຂໍ້ຜິດພາດຫຼາຍຢ່າງ.